ກົມແຜນການ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ກໍຄືພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫລວງ ໃນທົ່ວປະເທດ ໄດ້ເອົາໃຈໃສ່ຜັນຂະຫຍາຍບັນດານະໂຍບາຍ, ຍຸດທະສາດ ແລະ ວຽກງານຈຸດສຸມຕ່າງໆຢ່າງຕັ້ງໜ້າ ໂດຍສະເພາະການຂະຫຍາຍໂຮງຮຽນອະນຸບານ, ຫ້ອງກຽມປະຖົມ, ຫ້ອງຮຽນປະຖົມ ແລະ ມັດທະຍົມ, ພ້ອມທັງ ຈັດສັນຄູສອນໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ, ພ້ອມທັງ ສຸມໃສ່ຈັດຕັ້ງແຜນພັດທະນາການສອນນອກໂຮງຮຽນ, ການຈັດການຮຽນ-ການສອນ ບໍາລຸງຊັ້ນປະຖົມໃຫ້ແກ່ເດັກນ້ອຍກຸ່ມເປົ້າໝາຍໃນເກນອາຍ 6-14 ປີ ທີ່ພາດໂອກາດທາງການສຶກສາຢູ່ທ້ອງຖິ່ນຕ່າງໆ, ລົງຊຸກຍູ້ການຮຽນ-ການສອນລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງຊັ້ນປະຖົມ ໃຫ້ປະຊາຊົນຢູ່ 11 ແຂວງ ແລະ ສືບຕໍ່ຈັດການຮຽນ-ການສອນ ຊັ້ນມັດທະຍົມສຶກສາຕອນຕົ້ນບໍາລຸງ ໃຫ້ກຸ່ມເປົ້າໜາຍຊາວໜຸ່ມ ແລະ ຜູ້ດ້ອຍໂອກາດຢູ່ 30 ແຫ່ງໃນຂອບເຂດທົ່ວປະເທດ.
ໄປຄຽງຄູ່ກັບການປັບປຸງຫລັກສູດລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງຊັ້ນປະຖົມ ລະດັບ 1, 2 ແລະ 3 ທີ່ໄດ້ຮັບການອະນຸມັດນໍາໃຊ້ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ນອກຈາກນີ້ ໄດ້ສໍາເລັດການປັັບປຸງຫຼັກສູດເຝິກອົບຮົມຊ່າງໄມ້ ແລະ ສໍາເລັດການຂຽນປຶ້ມແບບຮຽນ ແລະ ປຶ້ມຄູ່ມືຊັ້ນມັດທະຍົມສຶກສາຕອນປາຍບໍາລຸງ ມ.7 ຈໍານວນ 10 ວິຊາ.
Editor: ຕະວັນ ແສງສະຫວັນ