ໃນປັດຈຸບັນການເລືອກຮຽນສາຍອາຊີບຕ່າງໆຂອງນັກສຶກສາແມ່ນຍັງເລືອກຮຽນຕາມກະແສ, ສ່ວນທີ່ຈະເຮັດຕາມຄວາມມັກ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານຍັງມີໜ້ອຍ. ດັ່ງນັ້ນ, ເວລາສຳເລັດການສຶກສາມາຈຶ່ງຫາວຽກຍາກ ຫຼື ວຽກບໍ່ເໝາະກັບສິ່ງທີ່ຮຽນມາຈຶ່ງເປັນບັນຫາທີ່ຫຼາຍພາກສ່ວນຕ້ອງໄດ້ຫາລືຊ່ວຍກັນ.
ຈາກສະຖິຕິຂອງບັ້ນສອບເສັງຈົບຊັ້ນມັດທະຍົມຕົ້ນ ມ4 ທົ່ວປະເທດມີນັກສອບເສັງທັງໝົດ 97,095 ຄົນ ແລະ ມັດທະຍົມຕອນປາຍທົ່ວປະເທດມີນັກສອບເສັງທັງໝົດ 62,254 ຄົນ ໃນປີ 2017. ດັ່ງນັ້ນ, ການໃຫ້ຂໍ້ມູນ–ຂ່າວສານ ດ້ານການສຶກສາ ແລະ ຄວາມຕ້ອງການດ້ານຕະຫຼາດແຮງງານ ທີ່ສັງຄົມຕ້ອງການ ຈຶ່ງມີຄວາມຈຳເປັນຢ່າງຍິ່ງຕໍ່ການຕັດສິນໃຈຂອງນັກສຶກສາ ວ່າ ຈະເລືອກຮຽນສາຍອາຊີວະສຶກສາ ຫຼື ຈະເລືອກຮຽນຕໍ່ລະດັບທີ່ສູງກວ່າ. ທັງນີ້, ກໍ່ຕ້ອງແນໃສ່ເປົ້າໝາຍສິ່ງທີ່ເຮົາຢາກຈະເຮັດ ຫຼື ຢາກຈະເປັນວ່າແມ່ນຫຍັງ?.
ທ່ານ ບຸນທ່ຽງ ລັດຕະນະວົງ, ຜູ້ອຳນວຍການ ບໍລິສັດ ໄອຈ໋ອບ ໃຫ້ທັດສະນະວ່າ: ສຳລັບ ນ້ອງໆທີ່ກຳລັງຈະຮຽນຈົບມັດທະຍົມຕົ້ນ ແລະ ມັດທະຍົມຕອນປາຍນັ້ນສາມາດເລືອກຮຽນສາຍອາຊີບໄດ້ ແລະ ຕ້ອງຕັ້ງເປົ້າ ໝາຍຄວາມຕ້ອງການຂອງຕົນເອງໃຫ້ແນ່ນອນ ແລະ ເລີ່ມຄົ້ນຫາຂໍ້ມູນທີ່ຕ້ອງການ ເປັນຕົ້ນແມ່ນ ຖ້າເຮົາຮູ້ແລ້ວວ່າເຮົາຢາກເປັນຫຍັງ? ເຮົາຈຶ່ງຮູ້ທາງເດີນ ຕົວຢ່າງ ຖ້າເຮົາຢາກເປັນວິສະວະກອນ ( ວິສະວະກອນຂົວທາງ ) ເຮົາຈະຕ້ອງໄດ້ຮູ້ວ່າຖ້າຈົບມໍປາຍໄປແລ້ວເ ຮົາຈະຮຽນຢູ່ໃສ່?. ສະນັ້ນ, ຈະຕ້ອງຮູ້ຂໍ້ມູນກ່ອນຕັດສິນໃຈຮຽນ, ຄວາມຕ້ອງການ ແລະ ຢາກຈະເປັນຫຍັງໃນອະນາຄົດ.
ປັດຈຸບັນ ມີບາງສາຂາວິຊາອາຊີບຄ່າຮຽນກໍ່ຖືກ, ໃຊ້ເວລາສັ້ນ ແລະ ຈົບມາມີວຽກເຮັດພ້ອມ ໂດຍສະເພາະເລື່ອງຂອງສາຂາວິຊາຊີບຊ່າງເຊື່ອມ, ຊ່າງກໍ່, ຊ່າງໄຟຟ້າ, ຊ່າງແປງລົດ, ປຸງແຕ່ງອາຫານ ແລະ ອື່ນໆ ເຊິ່ງບັນດາສິ່ງເຫຼົ່ານີ້ຮຽນໄລຍະສັ້ນໆ ແລະ ອາດຈະບໍ່ໄດ້ເສຍຄ່າຮຽນ, ເວລາຈົບອອກມາຊອກວຽກງ່າຍອີກ ແລະ ທີ່ສຳຄັນບໍ່ຖ້າຈົບ ມ7 ກໍ່ຮຽນໄດ້; ເລືອກຮຽນດ້ານນີ້ແມ່ນດີ ຖ້າຫາກວ່າມີຄວາມມັກ, ມີໂອກາດ ແລະ ເວລາຈົບມາມີບ່ອນເຮັດວຽກຮອງຮັບ.
ການຕັດສິນໃຈເລືອກຮຽນອາຊີບ ຫຼື ສາຍໃດກໍ່ດີໝົດ. ທັງນີ້, ແມ່ນຂຶ້ນຢູ່ກັບເງື່ອນໄຂເສດຖະກິດຄອບຄົວ, ຄວາມມັກ, ໂອກາດ ແລະ ສັກກະຍະພາບຂອງມັນສະໝອງ ເຊິ່ງບັນດາປັດໄຈເຫຼົ່ານີ້ ຈະເປັນຕົວຕັດສິນໃຫ້ເຮົາເລືອກຮຽນໄດ້ງ່າຍຂຶ້ນ ເປັນຕົ້ນແມ່ນສາຂາວິຊາຊີບທີ່ເຮົາມັກ ເວລາຮຽນຈົບມາມີວຽກຮອງຮັບໄວ ບວກກັບຖານະການເງິນກໍ່ບໍ່ຄ່ອຍດີເຮົາກໍ່ເລືອກຮຽນດ້ານນີ້; ແຕ່ເຮົາຈະເລືອກຮຽນຕາມກະແສນຳບ້ານນຳເມືອງເພິ່ນເຮົາ ກໍ່ໄດ້ແຕ່ຝັນໂດຍທີ່ບໍ່ມີເປົ້າໝາຍ; ສະພາບ ໃນປັດຈຸບັນມີແຕ່ຄົນເວົ້າວ່າການເລືອກຮຽນແມ່ນຮຽນຕາມກະແສ ແລະ ຂະບວນການ ບາງສາຂາຮຽນຈົນລົ້ນ ຈົນໄດ້ຈ້າງເຂົ້າກໍ່ມີ, ເວລາຈົບອອກມາວຽກມີໜ້ອຍດຽວນັກສຶກສາຈົບມາເປັນພັນວຽກມີບໍ່ເຖິງ 10 ຕຳແໜ່ງ ສົ່ງຜົນໃຫ້ມີຜູ້ວ່າງງານຫຼາຍ.
ຈາກບັນຫາດັ່ງກ່າວເຫັນວ່າຄວນໃຫ້ຂໍ້ມູນດ້ານຕະຫຼາດແຮງງານກັບນ້ອງໆໄດ້ຮັບຮູ້ ແລະ ເຂົ້າໃຈເພື່ອເປັນທາງເລືອກ ແລະ ຕ້ອງເຜີຍແຜ່ຢ່າງກວ້າງຂວາງ. ສະນັ້ນ, ນ້ອງໆທີ່ກຳລັງຮຽນໃນລະດັບມໍຕົ້ນ ແລະ ມໍປາຍຈະຕ້ອງຄິດໄວ້ເລີຍວ່າຈະຕ້ອງຮຽນຫຍັງ? ໂດຍສະເພາະສາຍສາຂາວິຊາຊີບ ເພາະປັດຈຸບັນ ພັກ–ລັດຖະບານ ກໍ່ໄດ້ມີນະໂຍບາຍສົ່ງເສີມການຮຽນສາຍວິຊາຊີບ ຫຼື ເອີ້ນວ່າ ອາຊີວະສຶກສາ, ບາງສາຂາວິຊາຊີບກໍ່ໃຫ້ຮຽນລ້າໆ ເຊິ່ງສາຍວິຊາຊີບດັ່ງກ່າວນີ້ເມື່ອຈົບອອກມາມີວຽກຮອງຮັບ ແລະ ເປັນທີ່ຕ້ອງການຂອງຕະຫຼາດ.
ຂອບໃຈຂໍ້ມູນຈາກ ຫນັງສືພິມເສດຖະກິດ-ການຄ້າ
Editor:ທອມ ສີວິໄລ