Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ມຊ ເຕື່ອນ ໃຫ້ລະວັງກຸ່ມຄົນບໍ່ຫວັງດີ ຫລອກເອົາເງິນແອບອ້າງແລ່ນເຂົ້າຮຽນ

Details
Category: Education
Hits: 802

ຕໍ່ບັນຫານີ້, ຫລ້າສຸດທາງມະຫາວິທະຍາ​ໄລ​ແຫ່ງ​ຊາດ ກໍ​ໄດ້​ອອກ​ມາ​ເຕືອນ​ໃຫ້​ສັງຄົມ, ກໍ​ຄືຜູ້​ປົກຄອງນັກຮຽນ-ນັກ​ສຶກສາ  ຢ່າ​ຫລົງ​ເຊື່ອ​ກັບ​ການ​ຕົວະ​ຍົວະເດັດຂາດ  ພ້ອມ​ທັງໄດ້​ຢືນຢັນວ່າ​ການ​ສອບ​ເສັງ​ຄັດ​ເລືອກ​ເອົານັກ​ສຶກສາ​ເຂົ້າຮຽນຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດສົກຮຽນປີນີ້ ແມ່ນຈະເນັ້ນ​ຄວາມເຂັ້ມງວດ ແລະ ​ໂປ່​ງ​ໃສ ທີ່ສຸດ.

ທາງດ້ານທ່ານ ຄໍາ​ຜົງ ນາມມະ​ວົງ​ມີ​ໄຊ, ຫົວໜ້າຫ້ອງການວິຊາ​ການ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໄດ້​​ເປີດເຜີຍວ່າ:  ປັດຈຸບັນໄດ້ມີ​ກຸ່ມ​ຄົນ​ບໍ່ດີ​ຈຳນວນໜຶ່ງ​ເຄື່ອນ​ໄຫວຕົວະ​ຍົວະຫລອກ​ລວງ​ຜູ້ປົກຄອງ, ກໍຄືພໍ່​ແມ່ນັກ​ສຶກສາ ວ່າ: ສາມາດ​​ວິ່ງ​ເຕັ້ນແລ່ນ​ເອົາ​ລູກ​ຫລານ​​ເຂົ້າຮຽນຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ​ໂດຍ​​ນັກ​ສຶກສາບໍ່ຕ້ອງຜ່ານ​ການ​ສອບ​ເສັງ ຫລື ​ເສັງ​ບໍ່ຜ່ານ​ ກໍ​ສາມາດປອມ​ແປງ​ລາຍ​ຊື່​ໃຫ້​ເຂົ້າຮຽນ​ໄດ້, ​ເຊິ່ງ​ໃນ​ປີຜ່ານມາທາງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ໄດ້​ພົບ​ເຫັນ​ 2 ກໍລະນີ ທີ່​ນັກ​ສຶກສາ​ໄດ້​ປອມ​ແປງ​ເອກະສານ ເປັນຕົ້ນ: ​ໃບ​ປະກາດ​ຈົບ​ຊັ້ນ ມໍປາຍ ​ແລະ ​ລາຍ​ຊື່​ສອບ​ເສັງ ແລະ ໄດ້ຮຽກ​ນັກ​ສຶກສາ ທີ່ກະທໍາຜິດດັ່ງກ່າວ​ມາ​ສອບ​ສວນ ​ແລະ ຜູ້​ປົກຄອງ ກໍ​ຮັບ​ສາລະພາບ​ວ່າ​ໄດ້​ປອມ​ແປງ​ເອກະສານແທ້, ​ໂດຍ​ມີ​ກຸ່ມຄົນຈໍານວນໜຶ່ງຜູ້ດໍາເນີນການໃຫ້ທັງໝົດ,​ ​ເຊິ່ງທາງມະຫາວິທະຍາ​ໄລ​ແຫ່ງ​ຊາດ ກໍ​ໄດ້​ຕັດ​ສິດ​ນັກ​ສຶກສາທັງ​ສອງ​ຄົນ, ພ້ອມ​​ສົ່ງ​ຕົວ​ໃຫ້​ເຈົ້າໜ້າທີ່​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍ.

ສໍາລັບ ການ​ສອບ​ເສັງ​ຄັດ​ເລືອກ​ເອົາ​ນັກ​ສຶກສາ​ເຂົ້າຮຽນຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ແມ່ນ​ມີ​ຄວາມ​  ໂປ່​ງ​ໃສ ​ແລະ ຍຸຕິ​ທຳຫລາຍຂຶ້ນ, ​ເນື່ອງຈາກປັດຈຸບັນການກວດ​ຄະ​ແນນ ​ແລະ ກວດ​ຂໍ້​ສອບ ​ແມ່ນ​ໄດ້​ໃຊ້​ມາດຖານ​ສາກົນ ຄື: ນຳ​ໃຊ້​ລະບົບ​ຄອມ​ພິວ​ເຕີ, ຊຶ່ງ​​ເຮັດ​ໃຫ້​ມີ​ຄວາມ​ວ່ອງ​ໄວ ​ແລະ ​ໂປ່​ງ​ໃສ​ທີ່​ສຸດ, ພ້ອມ​ນີ້ ການ​ປະກາດຜົນ​ການ​ສອບ​ເສັງ ​​ແມ່ນໄດ້​ຜ່ານ​ການ​ກວດກາຂອງ​ຄະນະ​ກຳມະການ​ສອບ​ເສັງ​ລະດັບ​ຊາດ, ​ໂດຍ​ຈັດ​ລຽງຄະ​ແນນ​ແຕ່​ສູງຫາ​ຕ່ຳ ຕາມ​ເກນ​ມາດຕະຖານ​ຄະ​ແນນ​ທີ່​ກຳນົດ​ໃນ​ລາຍ​ວິຊາ, ​ເຊິ່ງພາຍຫລັງ​​ກວດກາ​ລາຍ​ຊື່, ຄະ​ແນນ​ທີ່​ຖືກຕ້ອງ ​ແລະ ຜ່ານ​ການ​ຮັບຮອງ​ຜົນ​ສອບ​ເສັງຈາກ​ກະຊວງ​ສຶກສາ​ທິການ ​ແລະ ກິລາ    ພາຍ​ໃນ 15 ວັນ ​ແລະ ຜູ້​ຖືກ​ຄັດ​ເລືອກ​ແມ່ນ​ໃຫ້​ມາ​ລົງທະບຽນ ພາຍ​ໃນ 30 ວັນ, ຖ້າ​ກາຍ​ກຳນົດ​ແມ່ນ​ສະຫລະ​ສິດ ແລະ ຫລັງຈາກຮັບນັກສືກສາໄດ້ປະມານ 1 ​ເດືອນ, ກໍ​ຈະ​ມີ​ການກວດ​ເຊັກປະຫວັດ ​ແລະ ​ເອກະສານ​ທຸກ​ຢ່າງ​ຂອງ​ນັກ​ສຶກສາ​ຢ່າງ​ລະອຽດ ​ເພື່ອ​ຮັບປະກັນ​ບໍ່ໃຫ້ມີການປອມ​ແປງ​ເອກະສານ​ຂອງ​ນັກ​ສຶກສາ ​ແລະ ຮັບປະກັນ​ຄວາມ​ໂປ່​ງ​ໃສ   ​ເພື່ອ​ເຮັດ​ໃຫ້ວຽກງານການ​ສຶກສາກໍຄືການ​ພັດທະນາ​ຊັບພະຍາກອນ​ມະນຸ​ດ ມີ​ຄຸນ​ນະພາ​ບ ຫລາຍຂຶ້ນ.​​

ຂອບໃຈຂໍ້ມູນຈາກ ຫນັງສືພິມລາວພັດທະນາ

Editor: ຕະວັນ ແສງສະຫວັນ

 

  • Click to enlarge image Untitled-1.jpg
  • Click to enlarge image Untitled-2.jpg
  •  
 

© 2025 Lao Star TV

  • About Us
  • Services
  • Contact Us
Go Top