Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ງານຕະຫລາດນັດພົບແຮງງານ ແລະ ການສຶກສາ ຄັ້ງທີ 7

Details
Category: Education
Hits: 740

ງານຈະຫລາດນັດພົບແຮງງານ ແລະ ການສຶກສາ ວຽງຈັນ 2017 ປີນີ້ ແມ່ນເປັນຄັ້ງທີ 7 ເຊີ່ງຈັດຂື້ນເປັນເວລາ 2 ວັນ 24-25 ມີຖຸນາ 2017 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ. ງານນັດພົບແຮງງານ ຫລື ຕະຫລາດນັດພົບແຮງງານ ດັ່ງກ່າວ ຈັດຂື້ນເພື່ອເປັນການສະຫນັບສະຫນູນ ຜູ້ທີ່ມີອາຍຸ ນັບແຕ່ 17 ປີ ຂື້ນໄປ ທັງເພດຍິງ ແລະ ຊາຍ, ລວມທັງຜູ້ເສຍອົງຄະ ເຊີ່ງເປັນການເປີດໂອກາດໃຫ້ໄດ້ຊອກວຽກເຮັດງານທຳ ທີ່ເຫມາະສົມ ແລະ ສອດຄ່ອງກັບຄວາມສາມາດຂອງຕົນ, ການສຶບຕໍ່ດ້ານການສຶກສາ ຫລື ຊອກຫາບ່ອນຮຽນຕໍ່ ທີ່ຕ່າງປະເທດ. ໄດ້ມາຮ່ວມກັນພາຍໃນງານແຫ່ງນີ້.

ພາຍໃນງານ ໄດ້ມີບັນດາ ບໍລິສັດ ແລະ ອົງການ ທີ່ບໍ່ຫວັງຜົນກຳໄລ, ລວມໄປເຖີງສະຖາບັນການສຶກສາ ພາຍໃນ ແລະ ຕ່າງປະເທດທີ່ເປັນຕົວແທນ ເຂົ້າມາຮ່ວມວາງສະແດງຜະລີດຕະພັນຂອງຕົນ ພ້ອມທັງໃຫ້ຄຳປຶກສາດ້ານຂໍ້ມູນຕ່າງໆ ທີ່ຫນ້າສົນໃຈ. ນອກຈາກນັ້ນ ງານດັ່ງກ່າວນີ້ ຍັງເປັນການສົ່ງເສີມ ທຸກເພດໄວ ນັບທັງຜູ້ເສຍອົງຄະ ໄດ້ມີເວທີໂອກາດໃຊ້ສິດ ແລະ ຄວາມສາມາດຂອງຕົນ ທີ່ເທົ່າທຽມ ຊອກວຽກເຮັດງານທຳ ເພື່ອໃຫ້ຊີວິດຫມັ້ນຄົງ.

ຕະຫລອດໄລຍະ 2 ວັນ 24-25 ນີ້, ຍັງມີກິດຈະກຳຫລາຍຢ່າງ ເປັນຕົ້ນ ການຮັບຟັງການບັນຍາຍ ຂອງນັກຂຽນຜູ້ທີ່ມີຊື່ສຽງ ທີ່ປະສົບຜົນສຳເລັດ, ນັກເວົ້າ-ນັກຄິດ ຜູ້ສ້າງແຮງບັນດານໃຈ. ພ້ອມນັ້ນ ຍັງມີການສອບເສັງຄວາມຮູ້ທັກສະດ້ານພາສາອັງກິດ, ການສະຫມັກວຽກ, ການໃຫ້ຄຳປຶກສາ ແລະ ການແຈກຂອງລາງວັນ ແກ່ຜູ້ເຂົ້າຮ່ວມງານ ອີກດ້ວຍ.

Editor: ກຳປານາດ ລັດຖະເຮົ້າ


  • Click to enlarge image 1.jpg
  • Click to enlarge image 2.jpg
  • Click to enlarge image 3.jpg
  • Click to enlarge image 4.jpg
  • Click to enlarge image 5.jpg
  • Click to enlarge image 6.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top