ໃນຕອນເຊົ້າຂອງວັນທີ 6 ມີຖຸນາ 2017 ຜ່ານມານີ້, ຢູ່ທີ່ໂຮງຮຽນ ປະຖົມສົມບູນ ບ້ານວຽງໄຊ, ເມືອງວັງວຽງ ແຂວງວຽງຈັນ. ພິທີສະຫຼຸບປີຮຽນ ແລະ ມອບໃບປະກາດສະນີຍາບັດ ມໍຕົ້ນບຳລຸງ ແລະ ປະຖົມ ປະຈຳສົກຮຽນ 2016-2017. ເຂົ້າຮ່ວມໃນພິທີ ມີ ທ່ານ ພູວົງ ຈັນເພັງໄຊ ຕ່າງໜ້າຫ້ອງການສຶກສາທິການແລະກິລາເມືອງວັງວຽງ, ມີ ທ່ານນາງ ຈັນດາ ເພັດພຸດທະວົງ ຫົວຫນ້າໂຮງຮຽນ ປະຖົມສົມບູນ ບ້ານວຽງໄຊ, ມີບັນດາທ່ານອຳນາດການປົກບ້ານ, ປະທານສະມາຄົມພໍ່ແມ່ນັກຮຽນ, ນັກຮຽນມໍຕົ້ນບຳລຸງ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ. ໃນພິທີ ທ່ານນາງ ຈັນດາ ເພັດພຸດທະວົງ ຫົວຫນ້າໂຮງຮຽນ ປະຖົມສົມບູນ ບ້ານວຽງໄຊ ໄດ້ຂຶ້ນຜ່ານບົດສະຫຼຸບແຜນພັດທະນາການສຶກສາ ສົກຮຽນ 2016-2017 ວ່າ: ໂຮງຮຽນແຫ່ງນີ້ມີ 2 ຊັ້ນຮຽນຄື ອະນຸບານແລະປະຖົມ ມີນັກຮຽນທັງໝົດ 207 ຄົນ, ຍິງ 102 ຄົນ ມີຄູສອນທັງໝົດ 10 ຄົນ, ຍິງ 9 ຄົນ. ໄດ້ເອົາໃຈໃສ່ ສ້າງເປົ້າໝາຍນັກຮຽນເກັ່ງ ເພື່ອໄປສອບເສັງຂັ້ນກຸ່ມມີ 6 ຄົນ-ຂັ້ນເມືອງ 2 ຄົນ ແລະຍາດມາໄດ້ ວິຊາໂລກອ້ອມຕົວ ອັນດັບທີ 3 . ພ້ອມນີ້ຍັງໄດ້ມີການມອບໃບປະກາດສະນີຍະບັດຈົບຊັ້ນປະຖົມຈຳນວນ 36 ຄົນ, ຍິງ 17 ຄົນ. ມອບໃບປະກາດສະນີຍາບັດມໍຕົ້ນບຳລຸງຈຳນວນ 33 ຄົນ, ຍິງ 20 ຄົນ. ນອກນີ້ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງໆວຽງຈັນ ຈຳນວນ 7 ທ່ານ ແລະ ໃບຍ້ອງຍໍຂອງພະແນກສຶກສາທິການແລະກິລາແຂວງຈຳນວນ 2 ທ່ານ ໃຫ້ກັບນາຍຄູ.
Editor: ກຳປານາດ ລັດຖະເຮົ້າ