ໃນຕອນເຊົ້າ ວັນທີ 3 ມີຖຸນາ 2017 ຜ່ານມານີ້ໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມເພັດວິໄລສັກ ເມືອງວຽງຄຳ. ແຂວງວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ1ມິຖຸນາ ຂືຶ້ນຢູ່ທີ່ໂຮງຮຽນດັ່ງກ່າວ. ເປັນກຽດເຂົ້າຮ່ວມມີ ທ່ານ ສົມພອນ ໄຊຍະທັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວຽງຄຳ, ມີບັນດາຄູ, ພໍ່ແມ່ນັກຮຽນ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ ໃນພິທີ ທ່ານ ອາຈານ ເພັດວິໄລສັກ ພຸດທະສີ ຜູ້ອໍານວຍການໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມເພັດວິໄລສັກ ໄດ້ເລົ່າຄືນປະຫວັດຄວາມເປັນມາໂດຍຫຍໍ້ຂອງວັນເດັກນ້ອຍສາກົນ 1 ມິຖຸນາ ເຊິ່ງປີ1954 ຢູ່ທີ່ ກຸງວຽນ ປະເທດໂອຕາລິດ ຈຶ່ງໄດ້ມີກອງປະຊຸມແມ່ຍິງໄດ້ໄຂຂຶ້ນ ມີຊື່ວ່າ: ກອງປະຊຸມເພຶ່ອປົກປັກຮັກສາສັນຕິພາບ ແລະ ຮັກສາຜົນປະໂຫຍດຂອງເດັກນ້ອຍ , ກອງປະຊຸມໄດ້ເປັນເອກະສັນກັນ ກຳນົດເອົາວັນທີ1 ມິຖຸນາ ຂອງທຸກໆປີ ເປັນວັນເດັກນ້ອຍສາກົນ ແລະ ໄດ້ຮຽກຮ້ອງໃຫ້ລັດຖະບານ ທຸກໆປະເທດອອກກົດໝາຍ ແລະ ຮັບປະກັນຄວາມຢູ່ເຢັນເປັນສຸກຂອງເດັກນ້ອຍ, ຮຽກຮ້ອງໃຫ້ທຸກຄົນໃຫ້ເຄື່ອນໄຫວເພຶ່ອຄວາມສຸກຂອງເດັກນ້ອຍ ແລະ ຄວາມກ້າວໜ້າຂອງສັງຄົມ. ພ້ອມກັນນີ້ ທ່ານ ອາຈານ ເພັດວິໄລສັກ ພຸດທະສີ ຜູ້ອໍານວຍການໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມເພັດວິໄລສັກ ຍັງໄດ້ສະຫຼູບການຮຽນ-ການສອນສົກ2016-2017ແລະແຜນການ2017-2018. ໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມເພັດວິໄລສັກ ມີຄູອານຈານທັງໝົດ 18 ຄົນ. ຍິງ 16 ຄົນ. ມີລະບົບການຈັດຕັ້ງ ຄື: ມີອຳນວຍການ 1 ທ່ານ, ຮອງອຳນວຍການ 2 ທ່ານ, ແບ່ງອອກເປັນ 4 ຫນ່ວຍງານ, 1 ຫນ່ວຍງານວິຊາການ ອະນຸບານ 2 ຫນ່ວຍງານ, ວິຊາການປະຖົມ 3 ຫນ່ວຍງານ, ຄຸ້ມຄອງບໍລິຫານ 4 ຫນ່ວຍງານ, ບັນຊີ-ການເງິນ ແລະ ຫນ່ວຍງານກິດຈະກຳ, ອະນຸບານ ແລະ ປະຖົມ ມີນັກຮຽນທັງໝົດ 209 ຄົນ, ຍິງ103 ຄົນ, ການສອນແມ່ນປະຕິບັດຕາມໂຄງການຫຼັກສູດ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ການສອນເລັ່ງໃສ່ພັດທະນາເດັກ ທັງ 4 ດ້ານ ຄື:
- 1 ທາງດ້ານຮ່າງກາຍ, ອະນາໄມ ແລະ ຄວາມປອດໄພ
- 2 ດ້ານພາສາ
- 3 ດ້ານສະຕິປັນຍາ ແລະ ຄວາມຮູ້ທົ່ວໄປ
- 4 ດ້ານອາລົມ-ຈິດໃຈ ແລະ ດ້ານປະສົບການທີ່ສົ່ງເສີມພັດທະນາການທາງດ້ານສັງຄົມ
ສໍາລັບຊັ້ນອະນຸບານຄູໄດ້ນໍາພາເຄື່ອນໄຫວກິດຈະກໍາລວມເຊັ່ນ: ກິດຈະກຳເຄື່ອນໄຫວ ແລະ ຈັງຫວະ, ກິດຈະກຳສິນລະປະສ້າງສັນ,ກິດຈະກຳໃນວົງມົນ, ກິດຈະກຳເກມການສຶກສາ, ກິດຈະກຳຫລິ້ນຕາມມູມ, ກິດຈະກຳຫລິ້ນກາງແຈ້ງ ແລະ ອື່ນໆ, ສໍາລັບ ອະນຸບານ 3 ໄດ້ເອົາໃຈໃສ່ກິດຈະກໍາເສີມເປັນຕົ້ນແມ່ນນັບເລກ, ເລົ່າບັ້ງສູດ, ອ່ານ-ຂຽນພະຍັນຊະນະລາວ,ຂຽນເລກ, ຂຽນພາສາອັງກິດ, ແຕ້ມຮູບທາສີ ແລະ ອື່ນໆ, ໄດ້ເອົາໃຈ ໃສ່ສຶກສາຫຼານນ້ອຍໃຫ້ມີຄວາມດຸໝັ່ນ, ຮັກຄວາມສະອາດ, ມີລະບຽບວິໃນ, ມີຄວາມສາມາດ, ຮູ້ຮັກໝູ່ເພື່ອນ, ຮັກການຮຽນ, ຄູແມ່ລ້ຽງເດັກທຸກຄົນໃຫ້ຄວາມໃກ້ສິດ,ຄວາມຮັກແພງ, ຄວາມອົບອຸ່ນແກ່ເດັກນ້ອຍທຸກຄົນ. ຜ່ານການສິດສອນຂອງຄູໄດ້ມີເດັກຄໍາຮູ້, ຮຽນດີ ຮຽນເກ່ັງ ຈຳນວນ 28 ຄົນ,ໃນພິທີກໍໄດ້ມີການມອບຂອງຂັວນໃຫ້ຫຼານນ້ອຍນັກຮຽນ ທີ່ເປັນເດັກຄຳຮູ້ ແລະ ຮຽນດີ, ຮຽນເກັ່ງ ແລະ ມອບຂອງຂັວນລາງວັນໃຫ້ຄູສອນດີ-ສອນເກັ່ງຕື່ມອີກ, ພ້ອມນີ້ ກໍໄດ້ມອບໃບຢ້ງຢືືນຈົບຊັ້ນອານຸບານສຶກສາໃຫ້ນ້ອງນັກຮຽນ ຈຳນວນ 29 ຄົນ ແລະ ໃບຢັ້ງຢືນເລື່ອນຊັ້ນປະຖົມ 1 ຂຶ້ນປະຖົມ 2 ຈຳນວນ 27 ຄົນ, ໃນຕອນທ້າຍຍັງໄດ້ມີການສະແດງສີລະປະຈາກຫຼານນ້ອຍນັກຮຽນໂຮງຮຽນດັ່ງກ່າວຕື່ມອີກ ເປັນຕົ້ນແມ່ນການຮ້ອງເພງ, ຟ້ອນລວມໝູ່ ແລະ ກິດຈະກຳອື່ນໆອີກ.
Editor: ກຳປານາດ ລັດຖະເຮົ້າ