ໃນວັນທີ 10 ມີຖຸນາ ທີ່ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 9 ຂອງຄະນະກຳມາທິການແຫ່ງຊາດ ປະຕິຮູບລະບົບການສຶກສາແຫ່ງຊາດປະຈຳປີ 2016 ໂດຍໃຫ້ກຽດເປັນປະທານຂອງທ່ານ ພັນຄຳ ວິພາວັນ ກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ທ່ານ ນາງ ແສງເດືອນຫຼ້າ ຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ມີບັນດາ ຮອງລັດຖະມົນຕີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າແຂວງ ຫົວໜ້າກົມ ແລະ ແຂກທີ່ມີກຽດເຂົ້າຮ່ວມ
ກອງປະຊຸມຄັ້ງນີ້ແມ່ນໄດ້ສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 8 (2006-2010) ແລະຄັ້ງທີ 9 (2011-2015) ຂອງພັກ ພ້ອມທັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ກ່ຽວກັບວຽກງານການພັດທະນາການສຶກສາ ແລະກິລາ ກໍ່ຄືການພັດທະນາຊັບພະຍາ ກອນມະນຸດຂອງຊາດ ກະຊວງສຶກສາທິການ ແລະກິລາ ເປັນເສນາທິການໃຫ້ແກ່ພັກ ແລະລັດຖະບານ ໃນການດຳເນີນການປະຕິຮູບການສຶກສາແຫ່ງຊາດ ແລະ ເປັນໃຈກາງປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງກັບການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ການປະຕິຮູບການສຶກສາແຫ່ງຊາດ ກໍ່ຄືການພັດທະນາຊັບພະຍາກອນມະນຸດໄດ້ມີການຫັນປ່ຽນທີ່ດີຂຶ້ນ ນັບທັງດ້ານປະລິມານ ແລະ ຄຸນນະພາບ ຊຶ່ງມີຜົນສຳເລັດຫຼາຍດ້ານທີ່ເປັນຮູບປະທຳ ແລະໄດ້ຮັບການເຫັນດີ ສະໜັບສະໜູນຈາກລັດຖະບານ ສະພາແຫ່ງຊາດ ປະຊາຊົນ ແລະຄູ່ຮ່ວມມືພັດທະນາພັກ ແລະລັດຖະບານໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການປະຕິຮູບລະບົບການສຶກສາ ກໍ່ຄືການພັດທະນາຊັບພະຍາກອນມະນຸດແຫ່ງຊາດໃນໄລຍະ 10 ປີທີ່ຜ່ານມາ
ເຊິ່ງຜົນສຳເລັດດັ່ງກ່າວເປັນການປະກອບສ່ວນທີ່ຂາດບໍ່ໄດ້ໃນການສ້າງສາປະເທດຊາດ ອັນເປັນພື້ນຖານແມ່ນ ສາມາດຕອບສະໜອງພະນັກງານວິຊາການລະດັບຕ່າງໆ ໃຫ້ແກ່ອົງການຈັດຕັ້ງທາງພາກລັດ ແລະພາກເອກະຊົນໄດ້ພຽງພໍໂດຍພື້ນຖານ ແລະປະສົບການຕົວຈິງຂອງການດຳເນີນການປະຕິຮູບລະບົບການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດແຫ່ງຊາດໃນໄລຍະທີ່ຜ່ານມາ ແມ່ນຈະສືບຕໍ່ເສີມຂະຫຍາຍຜົນສຳເລັດວຽກງານດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ ໄປພ້ອມກັບການແກ້ໄຂຈຸດອ່ອນ ແລະຈຸດຄົງຄ້າງດັ່ງກ່າວໃຫ້ໝົດໄປ ແລະລັດຖະບານກໍໄດ້ກຳນົດວິໃສທັດຮອດປີ 2030 ຍຸດທະສາດຮອດປີ 2025 ແລະແຜນປະຕິບັດງານ 5 ປີ ຄັ້ງທີ 8 (2016 -2020) ໂດຍຖືເອົາການຈັດຕັ້ງປະຕິບັດ 10 ແຜນງານຕາມຂະແໜງການຍ່ອຍເປັນການສືບຕໍ່ປະຕິຮູບການສຶກສາ ແລະກິລາເປັນແຕ່ລະແຜນງານ