ສະຖານນີໂທລະພາບ ລາວສຕາຣ ມີຄວາມຍິນດີຕ້ອນຮັບ ຄະນະນັກສຶກສາຈາກຄະນະວິທະຍາສາດ ແລະ ສິນລະປະສາດ, ມະຫາວິທະຍາໄລ ເຕັກໂນໂລຊີ ລາດຊະມົງຄົນ ອີສານ, ຈັງວັດນະຄອນລາດຊະສີມາ ຈຳນວນ 5 ຄົນ ເປັນຢ່າງຍິ່ງ ທີ່ເດີ່ນທາງມາ ສຶກສາ ແລະ ເຝິກງານ ໃນດ້ານການຜະລິດລາຍການ ກັບ ທາງສະຖານີໂທລະພາບ ລາວສຕາຣ ໃນລະຫວ່າງວັນທີ 9 ມັງກອນ ຫາ ວັນທີ 7 ເມສາ 2017 ນີ້.
ຊຶ່ງໃນການລົງມາສຶກສາ ແລະ ເຝິກງານໃນຄັ້ງນີ້ ແມ່ນໄດ້ຮັບການຮ່ວມມື ແລະ ສະຫນັບສະຫນູນ ເປັນຢ່າງດີຈາກທ່ານ ສຸລະເພັດ ແກ້ວວຽງຄຳ, ປະທານອຳນວຍການສະຖານີໂທລະພາບລາວສຕາຣ, ຊຶ່ງຈະເປັນການຮ່ວມມືກັນໃນການສົ່ງເສີມ, ການຮຽນຮູ້, ແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ຂອງມະຫາວິທະຍາໄລ ເຕັກໂນໂລຊີ ລາດຊະມົງຄົນ ອີສານ, ຈັງວັດນະຄອນລາດຊະສີມາ ແລະ ສະຖານີໂທລະພາບ ລາວສຕາຣ ໃນການສ້າງບຸກຄະລາກອນໃຫ້ມີເຕັກນິກຄວາມຮູ້ຄວບຄູ່ກັບຄຸນນະພາບ ໃນດ້ານການຜະລິດລາຍການໂທລະພາບຂອງສອງປະເທດ ເພື່ອແນ່ໃສ່ການຮ່ວມມື ການເຊື່ອມໂຍ່ງປະຊາຄົມອາຊຽນ.